ການຈັດສົ່ງແລະການປ່ຽນ/ຄືນສິນຄ້າ
ເງື່ອນໄຂການຈັດສົ່ງສິນຄ້າ
1. ບໍລິສັດຮັບຈັດສົ່ງສິນຄ້າໃຫ້ລູກຄ້າໂດຍຄິດຄ່າຂົນສົ່ງຕາມໄລຍະທາງຂົນສົ່ງຈິງເລີ່ມຕົ້ນຈາກບໍລິສັດຈົນເຖີງໜ້າງານ/ໜ້າເຮືອນຂອງລູກຄ້າໂດຍບໍ່ຄິດຄ່າຖ້ຽວກັບ
2. ຊື້ຄົບ 10000 ບາດຂື້ນໄປ ສົ່ງຟຣີ 10 ກິໂລແມັດ ແລະ ກິໂລແມັດທີ 11 ຄິດກິໂລແມັດລະ 20 ບາດ
3. ຄູປອງສ່ວນຫຼຸດຄ່າຂົນສົ່ງສາມາດນຳມາໃຊ້ຄ່າຂົນສົ່ງໄດ້ 1 ທ່ຽວຕໍ່ 1 ໃບເທົ່ານັນ ແລະບໍ່ສາມາດທ້ອນ ຫຼື ແລກເປັນເງີນສົດໄດ້
4. ສິນຄ້າທີສົ່ງຕົງຈາກໂຮງງານຜະລິດຈະມີເງື່ອນໄຂຈັດສົ່ງທີຕ່າງອອກໄປແລ້ວແຕ່ກໍລະນີທີຕົກລົງກັນ
5. ການຈັດສົ່ງນີເປັນການຈັດສົ່ງທີສົ່ງເຖີງໜ້າເຮືອນ/ໜ້າງານ ບໍ່ລວມຄ່າບໍລິການຈັດເກັບ ແລະເປັນບໍລິເວນທີ່ລົດຂົນສົ່ງສາມາດເຂົາໄດ້ໂດຍສະດວກ
6. ຫາກໄລຍະທາງຈັດສົ່ງບໍ່ຖືກກັບທີແຈ້ງໃວ້ກັບບໍລິສັດ ທາງບໍລິສັດຂໍເກັບຄ່າໃຊ້ຈ່າຍໃນການຈັດສົ່ງເພີ່ມປາຍທາງ
7. ບໍລິສັດຈະບໍ່ຮັບຜິດຊອບຕໍ່ຄວາມເສຍຫາຍໃດໆ ທີເກີດຂື້ນຫຼັງຈາກລູກຄ້າໄດ້ລົງຊື່ກວດຮັບສິນຄ້າຮ່ວມພະນັກງານຈັດສົ່ງແລ້ວ
8. ກ່ອນລົງຊື່ຮັບສິນຄ້າຄວນຮ່ວມທົດສອບ, ກວດສອບສະພາບ ແລະ ຈຳນວນສິນຄ້າຮ່ວມພະນັກງານຈັດສົ່ງທຸກຄັ້ງ
9. ບໍລິສັດຂໍສະຫງວນສິດໃນການປ່ຽນແປງເງື່ອນໄຂໃນການຈັດສົ່ງໂດຍບໍ່ຕ້ອງແຈ້ງໃຫ້ຮູ້ລ້ວງໜ້າ
ເງື່ອນໄຂການປ່ຽນ/ຄືນສິນຄ້າ
1. ການປ່ຽນ/ຄືນສິນຄ້າ ລູກຄ້າຈະຕ້ອງແຈ້ງປັນຫາພາຍໃນ 30 ມື້
2. ລູກຄ້າຕ້ອງນຳໃບບິນມາໃນການປຽນຄືນສິນຄ້າ
3. ລູກຄ້າຕ້ອງແຈ້ງປັນຫາການປ່ຽນ/ສົ່ງຄືນສິນຄ້າທຸກກໍລະນີ ທີຝ່າຍຮັບຄືນສິນຄ້າທີເຄົາເຕີປະຊາສຳພັນຂອງທຸກສາຂາກ່ອນທຸກຄັ້ງ
4. ສິນຄ້ານັນຈະຕ້ອງບໍ່ມີຄວາມເສຍຫາຍ ບຸບບ້ຽວຈາກການກະທຳຂອງລູກຄ້າ.
5. ສິນຄ້ານັນຈະຕ້ອງບໍ່ຜ່ານການໃຊ້ງານ ແລະ ພ້ອມກ່ອງບັນຈຸ ຫຼື ຫີບຫໍ່ໃນສະພາບທີ່ສົມບູນໃບຮັບ ປະກັນ, ຄູ່ມື ແລະ ອຸປະກອນຕໍ່ພ່ວງຂອງສິນຄ້າ.
6. ສິນຄ້ານັນຕ້ອງຢູພາຍໃຕ້ເງືອນໄຂທີຜູ້ຜະລິດສິນຄ້າກຳນົດໃວ້
7. ຄ່າຫີບຫໍພິເສດ, ຄ່າຕິດຕັງ ແລະ ຄ່າທຳນຽມບໍລິການອືນໆ ບໍສາມາດຂໍຄືນໄດ້
8. ສິນຄ້າທີໄດ້ຮັບພາຍໃຕ້ເງືອນໄຂການຈັດລາຍການເຊັນ: ຂອງແຖມ, ສິນຄ້າແລກຮັບ, ສິນຄ້ແລກຊື ແລະ ອືນໆ ຈະຕ້ອງສົງຄືນພ້ອມສິນຄ້າຫຼັກ
9. ບໍລິສັດ ຂໍສະຫງວນສິດພິຈາລະນາຄືນຄ່າສິນຄ້າ ແລະ ບໍລິການໂດຍບໍ່ສາມາດຄືນເປັນເງິນສົດໃນທຸກກໍລະນີ
ສິນຄ້າທີ່ບໍ່ສາມາດຮັບຄືນໄດ້
1. ກຸ່ມສິນຄ້າພາບ ແລະ ສຽງ ເຊັນ: ໂທລະທັດ, ເຄື່ອງສຽງ, ເຄື່ອງຫຼີ້ນ CD, DVD, Blu-Ray ເປັນຕົ້ນ
2. ກຸ່ມສິນຄ້າສັ່ງພິເສດ / ສັ່ງຜະລິດ
3. ກຸ່ມສິນຄ້າ Clearance ລາຄາພິເສດ
4. ສິນຄ້າທີ່ມີໄລຍະເວລາຈຳກັດໃນການໃຊ້ງານ
5. ສິນຄ້າອັນມີເຫດຈາກສິນຄ້າທີສັ່ງຊື້ບໍ່ເຂົ້າກັບລົດສະນິຍົມສ່ວນຕົວຂອງລູກຄ້າ
6. ສິນຄ້າແບ່ງຂາຍບໍ່ສາມາດຮັບຄືນໄດ້
7. ບໍ່ຮັບປ່ຽນ/ຄືນ ກໍລະນີສິນຄ້າທີ່ໃຊ້ງານແລ້ວ ຫຼື ກໍລະນີລູກຄ້າຕ້ອງການປ່ຽນໂດຍບໍ່ແມ່ນສາເຫດຈາກບັນຫາຜະລິດຕະພັນ